ອີງຕາມການຂະຫຍາຍຕົວຂອງການຄ້າຂາຍ ຂອງຮ້ານສາລາຄຳເຄື່ອງຂຽນ ແລະ ເຄື່ອງເຢັນໃນໄລຍະປັດຈຸບັນ, ດັ່ງນັ້ນຈື່ງຕ້ອງການ ພະນັກງານ ເພີ່ມອີກຈຳນວນ 02 ຕຳແໜ່ງ. ລາຍລະອຽດດັ່ງລຸ່ມນີ້:
ຕຳແໜ່ງທີ່ຕ້ອງການ
1. ພະນັກງານ ບັນຊີ-ການເງີນ ຈຳນວນ 02 ຕຳແໜ່ງ.
ເງື່ອນໄຂຜູ້ສະໝັກ:
– ວຸດທີການສືກສາຈົບ ຊັ້ນສູງ, ປະລີນຍາຕີ ສາຂາການເງີນການທະນະຄານ, ເສດຖະສາດ ແລະ ການຄ້າ, ເສດຖະສາດແຜນການ ແລະ ການເງີນ, ຄຸ້ມຄອງ ແລະ ປະລິຫານທຸລະກິດ, ບໍລິຫານຊັບພະຍາກອນມະນຸດ ແລະ ການຕະຫຼາດ.
– ຄວາມຮູ້ ແລະ ປະສົບການກ່ຽວກັບ ບັນຊີ-ການເງີນ ມາກ່ອນພິຈາລະນາພິເສດ
– ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ມອບໝາຍ, ມີຄວາມຮັບຜິດຊອບສູງ, ກະຕືລືລົ້ນຕໍ່ໜ້າວຽກງານ, ຊື່ສັດຕໍ່ໜ້າວຽກ, ເປັນຄົນມັກຄວາມທ້າທາຍ ແລະ ຄວາມກ້າວໜ້າ.
ເອກະສານປະກອບມີ:
ຊີວະປະຫວັດຫຍໍ້, ໃບປະກາດ ຫຼື ໃບຢັ້ງຢືນການສືກ(ສຳເນົາ), ໃບຄະແນນ(ສຳເນົາ), ໃບແຈ້ງໂທດບໍ່ເກີນ 03 ເດືອນ, ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ ຫຼື ສຳມະໂນຄົວ (ສຳເນົາ), ໃບຜ່ານງານ(ຖ້າມີ) ແລະ ຮູບຂະໜາດ 3×4 (ຈຳນວນ 01ໃບ)
ຮັບແບບຟອມສະໝັກ:
– ທີ່ສະຖາທີ່ ບ້ານ ສາລາຄຳ, ເມືອງ ຫາກຊາຍຟອງ, ນະຄອນຫຼວງວຽງຈັນ
– ເປິດຮັບສະໝັກວັນທີ 02/07/2019, ປິດສະໝັກ 10/07/2019 ນີ້ເທົ່ານັ້ນ.
– ເບີໂທ: +856-21-811059, +856-20-22230369
– E-mail: [email protected]
Leave Your Comment Here
You must be logged in to post a comment.