ອັບແດດ! ຫຼ້າສຸດເວລາ 14:30 ຂອງວັນທີ 12/04/2020 ລາວພົບຜູ້ຕິດເຊື້ອພະຍາດອັດເສບປອດສາຍພັນໃໝ່ COVID-19 ຈຳນວນ 19 ຄົນ, ເສຍຊີວິດ 0 ຄົນ, ຮັກສາຫາຍຈຳນວນ 0 ຄົນ. ໃນນັ້ນມີຜູ້ຕິດຕິດເຊື້ອເພີ່ມໃໝ່ຂື້ນຈຳນວນ 01 ຄົນ. ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ມີດັ່ງນີ້:
ຜູ້ທີ 19: ກໍລະນີຜູ້ທີຕິດເຊື້ອທີ່ 19: ເປັນເພດຊາຍ ມີອາຍາອາຍຸ 21 ປີ, ອາຊີບ: ນັກສຶກສາ, ຢູ່ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ຜູ້ກ່ຽວ ໄດ້ພັກຢູ່ຫ້ອງດຽວກັນກັບ ຜູ້ຕິດເຊື້ອທີ 16 ຕັ້ງແຕ່ວັນທີ 27 ມີນາ 2020 ຫາ 08 ເມສາ 2020. ໃນຊ່ວງວັນທີ 29 ມີນາ ແລະ ວັນທີ 04 ເມສາ ໄດ້ມີການຊຸມແຊວກັນ ເປັນໄລຍະ ກັບໝູ່ ຜູ້ຕິດເຊຶື້ອກໍລະນີທີ 16, 17, 18 ທີ່ຢູ່ຫ້ອງແຖວດຽວກັນ, ວັນທີ 08 ເມສາ 2020 ຜູ້ກ່ຽວໄດ້ກັບຄືນຫ້ອງແຖວຂອງຕົນ ທີ່ຂຶ້ນກັບ ບ້ານ ໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ທີມງານໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ແນະນຳໃຫ້ໄປກວດຢູ່ໂຮງໝໍ ມາຮອດວັນທີ 11 ເມສາ ຜູ້ກ່ຽວຈຶ່ງໄດ້ມາກວດ ແລະ ພົບວ່າຕິດເຊື້ອ COVID-19 ແລະ ໄດ້ຮັບການເຂົ້ານອນ ປິ່ນປົວຢູ່ໂຮງໝໍມິດຕະພາບ. ຖ້າຜູ້ໃດທີມີການພົວພັນກັບຜູ້ທີ່ເຊື້ອໃຫ້ຕື່ນຕົວເຂົ້າກ່ອນທີ່ເຊື້ອຈະຮຸ່ນແຮງຂື້ນ.
ຈົບການນຳສະເໜີຂ່າວ
ທີ່ມາຂອງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health